ຕູ້ຄວບຄຸຸມປ້ຳນ້ຳ Pump control panel ຕູ້ຄວບຄຸມປ້ຳນ້ຳ ແລະ ຕູ້ຄວມຄຸມປ້ຳນຳ້ແຮງດັນໄຟຟ້າຂອງລະບົບນ້ຳໃຊ້ໃນເຂດອຸດສະຫະກຳ ແລະ ເຂດນຳໃຊ້ທົ່ວໄປ ຕູ້ຄວບຄຸມປ້ຳນຳ້ແຮງດັນໄຟຟ້າຂອງລະບົບນ້ຳໃຊ້ໃນເຂດອຸດສະຫະກຳ ແລະ ເຂດນຳໃຊ້ທົ່ວໄປແມ່ນການແກ້ໄຂບັນຫາໂດຍການນຳໃຊ້ສັນຍານຕອບຮັບຈາກເຊັນເຊີ້ຂອງຄວາມດັນໃນທໍ່ຈ່າຍນຳ້ເພື່ອຄວບຄຸມຄວາມໄວຂອງການປ້ຳນ້ຳເພື່ອໃຫ້ຄວາມດັນໃນທໍ່ຈ່າຍນຳ້ຄົງທີ່ ສຳຫລັບຄວາມຕ້ອງການຂອງການໃຊ້ນ້ຳທີ່ມີການປ່ຽນແປງຕະຫລອດມື້. ຕູ້ຄວບຄຸມປ້ຳນຳ້ແຮງດັນໄຟຟ້າໄດ້ຖືກນຳໃຊ້ໃນອຸດສະຫະກຳຄື: ສະຫນອງນ້ຳໃຊ້ໃຫ້ແກ່ໂຮງງານ, ຕິດຕັ້ງໃນສະຖານີສູບນ້ຳເຂດອຸດສະຫະກຳ. ນຳໃຊ້ໃນຂົງເຂດທົ່ວໄປຄື: ສະຫນອງນຳ້ໃນເຂດຢູ່ອາໄສຂອງປະຊາຊົນ, ອາພາດເມັ້ນ, ຕຶກອາຄານຫ້ອງການ, ໂຮງຫມໍ, ລີສອດ, ໂຮງຮຽນ, ເຂດທີ່ຕ້ອງການການຫົດນ້ຳ... ຕູ້ຄວບຄຸມປ້ຳນ້ຳເຮັດວຽກດ້ວຍ 2 ລະບົບຄື: ການເຮັດວຽກດ້ວຍຄົນຄວບຄຸມ ແລະ ການເຮັດວຽກແບບອັດຕະໂນມັດ. ຕູ້ຄວບຄຸມປ້ຳນ້ຳສາມາດເລີ່ມເຮັດວຽກດ້ວຍການສູບນຳ້ໂດຍກົງ ຫລື ໃຊ້ການເລີ່ມຕົ້ນແບບອິນເວີເຕີ້ (invertor) Soft Starter ເພື່ອຄວບຄຸ້ມການສູບນ້ຳ.

No records found.

ຕູ້ຄວບຄຸຸມປ້ຳນ້ຳ